ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແອນ​ຊານ​ວາ​ດໍ ຈະ​ອອກ​ພັນທະບັດ​ບິດ​ຄອຍ ໃນ​ໄຕ​ມາດ​ທຳ​ອິດ 2024

     ສຳນັກ​ຂ່າວ​ເອ​ເອັ​​ຟ​ພີ ເປີດເຜີຍ​ຈາກ ນະຄອນຫຼວງ ຊານ​ຊານ​ວາ​ດໍ ປະເທດ ແອນ​ຊານ​ວາ​ດໍ ເມື່ອ​ອາທິດຜ່ານມາວ່າ: ສຳນັກງານ ບິດ​
ຄອຍ ແຫ່ງ​ຊາດ​ ຂອງແອນ​ຊານ​ວາ​ດໍ (ໂອ​ເອັນ​ບີ​ທີ​ຊີ) ເຊິ່ງເປັນ​ຜູ້​ບໍລິຫານ​ຈັດການ​ໂຄງການ​ທີ່​ກ່ຽວຂ້ອງ​ກັບສະກຸນ​ເງິນດີ​ຈິ​ຕອນ​ທັງ​ໝົດລົງ
ຂ່າວໃນສື່ອອນລາຍເອັກ ວ່າ:  ພັນທະບັດບິດ​ຄອຍ ຫຼື ພັນທະບັດ ພູ​ໄຟ ໄດ້​ຮັບ​ການ​ອະນຸ​ບັດ​ຕາມ​ກົດ​ລະບຽບ​ຂອງຄະນະ​ກຳມາ​ທິ​ການ
​ຊັບ​ສິນ​ດີ​ຈິ​ຕອນ (ຊີ​ເອັນ​ເອ​ດີ)  ແລະ ຄາດ​ວ່າ ທາງ​ການຈະ​ອອກ​ພັນທະບັດດັ່ງກ່າວ ໃນ​ໄຕ​ມາດທຳ​ອິດ​ຂອງ ປີ 2024.

     ປັດຈຸບັນ, ບິດ​ຄອຍ ກາຍເປັນ​ສະກຸນ​ເງິນ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ປະເທດ ແອນ​ຊານ​ວາ​ດໍ, ຄຽງ​ຄູ່​ໄປ​ກັບ​ສະກຸນ​ເງິນ ​ໂດ​ລາ​ສະຫະ
ລັດ ເມື່ອ​ປີ 2021 ຕາມ​ຄຳ​ສັ່ງ​ຂອງ​ປະທານາທິບໍດີ  ທ່ານ ນາ​ຍິບ ບູ​ເຄ​ເລ ເພື່ອ​ພະຍາຍາມເຮັດ​ໃຫ້​ປະຊາຊົນ​ສາມາດ​ຮັບ​ເງິນ​ໂອນ ຈາກ​ຕ່າງ
ປະເທດ ແລະ ຊ່ວຍ​ໃຫ້ຊາວ​ແອນ​ຊານ​ວາ​ດໍ ປະມານ 70% ທີ່​ບໍ່​ມີ​ບັນຊີ​ທະນາຄານ ສາມາດ​ເຂົ້າ​ເຖິງ​ການ​ບໍລິການ​ທາງ​ດ້ານ​ການ​ເງິນ​ໄດ້​ງ່າຍ
​ຂຶ້ນ ແລະ ມີຄ່າ​ໃຊ້​ຈ່າຍ​ໜ້ອຍ​ລົງ.

     ນອກ​ນີ້ ທ່ານ ນາ​ຍິບ ບູ​ເຄ​ເລ ໄດ້​ປະກາດ​ເມື່ອ​ປີ 2021 ວ່າ: ມີ​ແຜນ​ຈະ​ສ້າງ​ເມືອງ​ບິດ​ຄອຍ ໃນ​ພາກ​ຕາເວັນ​ອອກ​ຂອງ​ປະເທດ ເຊິ່ງ​ຈະ
​ໃຊ້​ພະລັງງານ​ຄວາມ​ຮ້ອນ​ຈາກພູ​ໄຟ ດ້ວຍ​ມູນ​ຄ່າ​ລວມປະມານ 1.000 ລ້ານ​ໂດ​ລາ ແລະ ອື່ນໆ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/12/2023